BM News

BM News ຂ່າວສານທົ່ວໄປ ຊ່ອງ YouTube BM Channel

ພຣະສົງ ຄູບາອາຈານ ຄະນະພຣະສະມະນະທູດລາວ ຊຸດທີ 2 ອອກໂຄຈອນຄາມທຽວບິນທະບາດ ໂຜດເວໄນຍະ ປະຕິບັດຕາມປະຕິປະທາ ເປັນການສືບທອດອະຣິຍະວົງ ...
09/08/2026

ພຣະສົງ ຄູບາອາຈານ ຄະນະພຣະສະມະນະທູດລາວ ຊຸດທີ 2 ອອກໂຄຈອນຄາມທຽວບິນທະບາດ ໂຜດເວໄນຍະ ປະຕິບັດຕາມປະຕິປະທາ ເປັນການສືບທອດອະຣິຍະວົງ ສືບທອດພຸດທະວົງອັນປະເສີດ ໃນຍາມເຊົ້າ ທີ່ ບ້ານ ຈຳປາ ບ້ານ ປັກແຮດ ເມືອງ ສີໂຄດຕະບອງ - ເມືອງ ນາຊາຍທອງ ໃນທຸກໆ ວັນ.

ທ່ານຜູ້ໃຝ່ບຸນ ທ່ານຜູ້ຫວັງບຸນທັງຫຼາຍ ມາລັດໃສ່ບາດໄດ້ ໃນເວລາ 6 ໂມງເຊົ້າຂອງທຸກໆ ວັນ ທີ່ ໜ້າວັດປ່າພິລາວົງບຸດກັດສະກາຣາມ.

ສາທຸ ສາທຸ ສາທຸບຸນ.

ພິທີເປີດອົບຮົມພຣະສະມະນະທູດລາວ ຊຸດທີ 2 ວັນທີ 9 ສິງຫາ 2026 ເລີ່ມແຕ່ ເວລາ 13:00 ໂມງ ທີ່ ວັດປ່າພິລາວົງບຸດກັດສະກາຣາມ ບ້ານ ຈຳປ...
07/08/2026

ພິທີເປີດອົບຮົມພຣະສະມະນະທູດລາວ ຊຸດທີ 2 ວັນທີ 9 ສິງຫາ 2026 ເລີ່ມແຕ່ ເວລາ 13:00 ໂມງ ທີ່ ວັດປ່າພິລາວົງບຸດກັດສະກາຣາມ ບ້ານ ຈຳປາ-ປັກແຮດ ເມືອງ ສີໂຄດຕະບອງ-ນາຊາຍທອງ ນະຄອນຫຼວງວຽງຈັນ.

ຂ່າວສານ ກັມມາທິການ ການຕ່າງປະເທດໃນວັນທີ 06 ສິງຫາ(08) 2026ຄະນະກັມມາທິການ ການຕ່າງປະເທດ ພ້ອມດ້ວຍຄະນະ ນຳໂດຍ ພຣະອາຈານໃຫຍ່ ປອ ດ...
07/08/2026

ຂ່າວສານ ກັມມາທິການ ການຕ່າງປະເທດ

ໃນວັນທີ 06 ສິງຫາ(08) 2026
ຄະນະກັມມາທິການ ການຕ່າງປະເທດ ພ້ອມດ້ວຍຄະນະ ນຳໂດຍ ພຣະອາຈານໃຫຍ່ ປອ ດຳຣົງ ພິມມະຈັກ ຮອງປະທານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ພ້ອມດ້ວຍອົງຮອງຫົວໜ້າກັມມາທິການ ການຕ່າງປະເທດ ປະກອບມີ:

1. ພຣະອາຈານໃຫຍ່ ປອ. ດາວສະເດັດ ເລີດມະນີ ຄະນະບໍລິຫານງານປະຈຳການ, ຮອງຫົວໜ້າກັມມາທິການ ການຕ່າງປະເທດ
2. ພຣະອາຈານໃຫຍ່ ປທ. ລຳເງິນ ສຸວັນນະສານ ຄະນະບໍລິຫານງານປະຈຳການ, ຮອງໜ້າກັມມາທິການ ການຕ່າງປະເທດ
3. ພຣະອາຈານໃຫຍ່ ປທ. ພູຄຳ ແກ້ວປະທຸມ ຄະນະບໍລິຫານງານປະຈຳການ ຮອງຫົວໜ້າກັມມາທິການ ການຕ່າງປະເທດ
ພ້ອມດ້ວຍຄະນະກັມມາທິການ ໄດ້ເຮັດພິທີສາມີຈຳກັມ ພຣະມະຫາເຖຣະ ໃນນະຄອນຫຼວງວຽງຈັນ ທີ່ ຫໍທັມມະສະພາ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ປະເພນີສັກກາຣະສາມີຈິກັມ ກະທຳຄອງວັດ ຂອງພຸດທະບໍຣິສັດທັງຫຼາຍ ຖືເປັນອະຣິຍະປະເພນີອັນປະເສີດດີງາມ ທີ່ ສືບເນື່ອງມາແຕ່ໃນສະໄໝພຣະພຸດທະການ ພຣະສົງອົງຄະເຈົ້າ ພໍ່ແມ່ຄູບາອາຈານ ໄດ້ກະທຳສືບໆ ກັນມາ ບໍ່ໄດ້ຂາດ ເປັນການບຳເພັນສາຣານິຍຍະທັມ ກັລະຍານະທັມ ເຖຣັສສະທັມ ທັງຫຼາຍ ອັນເປັນປະຕິປະທາ ຂອງພຣະອະຣິຍະເຈົ້າທັງປວງ ເປັນເຫດປັດໄຈກໍ່ອຸປະນິດໄສແຫ່ງ ມັຄ ຜົລ ພຣະນິພພານ.

ສາທຸ ສາທຸ ສາທຸ ຂໍອະນຸໂມທະນາບຸນນຳທຸກທ່ານ.
🙏🙏🙏

ຂໍຜົນທານທັງຫຼາຍ ຈົ່ງເປັນໄປເພື່ອປະໂຫຍດ ເພື່ອເກື້ອກູນ ເພື່ອຄວາມສຸກ ເພື່ອຄວາມຈະເຣີນຮຸ່ງເຮືອງ ແກ່ຝູງໝູ່ຂ້ານ້ອຍທັງຫຼາຍ ຕະຫຼອດ...
01/08/2026

ຂໍຜົນທານທັງຫຼາຍ ຈົ່ງເປັນໄປເພື່ອປະໂຫຍດ ເພື່ອເກື້ອກູນ ເພື່ອຄວາມສຸກ ເພື່ອຄວາມຈະເຣີນຮຸ່ງເຮືອງ ແກ່ຝູງໝູ່ຂ້ານ້ອຍທັງຫຼາຍ ຕະຫຼອດກາລະນານເທີ້ນ

ສາທຸ ສາທຸ ສາທຸ
🙏🙏🙏

ພາບບັນຍາກາດຕັກບາດງານບຸນເຂົ້າພັນສາ ທີ່ ວັດປ່າພິລາວົງບຸດກັດສະກາຣາມ ບ້ານ ຈຳປາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
29/07/2026

ພາບບັນຍາກາດຕັກບາດງານບຸນເຂົ້າພັນສາ ທີ່ ວັດປ່າພິລາວົງບຸດກັດສະກາຣາມ ບ້ານ ຈຳປາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

🙏🙏🙏ອະນຸໂມທະນາບຸນນຳເປັນຢ່າງຍິ່ງ🙏🙏🙏ຍາແມ່ ກຸຫຼາບ ສຸທຳມະວົງ ທ່ານນາງ ວິໄລພອນ ສຸທຳມະວົງ ພ້ອມດ້ວຍຄອບຄົວ ລູກ ຫຼານ ເຫຼນ ໄດ້ມີສັດທ...
27/07/2026

🙏🙏🙏ອະນຸໂມທະນາບຸນນຳເປັນຢ່າງຍິ່ງ🙏🙏🙏
ຍາແມ່ ກຸຫຼາບ ສຸທຳມະວົງ ທ່ານນາງ ວິໄລພອນ ສຸທຳມະວົງ ພ້ອມດ້ວຍຄອບຄົວ ລູກ ຫຼານ ເຫຼນ ໄດ້ມີສັດທາ ຖວາຍຜ້າໄຕຣຈີວອນ ແດ່ພຣະມະຫາເຖຣະເຈົ້າ ຈຳນວນ 30 ໄຕຣ.

ຍາແມ່ ກຸຫຼາບ ສຸທຳມະວົງ ພ້ອມດ້ວຍລູກຫຼານ ເປັນຜູ້ມີສັດທາເຫຼື້ອມໃສໃນພຣະພຸດທະສາສະໜາເປັນຢ່າງຍິ່ງ ມີມືຊຸ່ມດ້ວຍການໃຫ້ທານ ໄດ້ຖວາຍຜ້າໄຕຣຈີວອນ ແດ່ ພຣະສົງເຖຣານຸເຖຣະ ພຣະພິກຂຸສົງ ສາມະເນນ ຜູ້ຢູ່ຈຳພັນສາ ໃນແຕ່ລະປີ ສະເໝີມາ ພ້ອມກັນນັ້ນ ຍັງໄດ້ອຸປະຖັມບຳຣຸງພຣະພຸດທະສາສະໜາ ສ້າງເສນາສະນະທັງຫຼາຍ ເປັນຕົ້ນວ່າ ສ້າງສີມ ສ້າງກຸຕີ ວິຫານ ສ້າງສາລາໂຮງທັມ ສ້າງຜ້າປ່າ ສ້າງກອງກະຖິນ ສ້າງວັດ ສ້າງໂຮງຮຽນ ໂຮງໝໍ ແລະ ເສນາສະນະອື່ນໆ ຂອງພຣະສາສະໜາ ນ້ອມຖວາຍແດ່ພຣະສົງ ບູຊາພຣະຣັດຕະນະໄຕຣ.

ນໍ້າໃຈອັນປະກອບໄປດ້ວຍບຸນກຸສົລທານ ສະຫຼະວັດຖຸຊັບສົມບັດເງິນຄຳພາຍນອກ ອອກໄວ້ໃນພຣະສາສະໜາ ໃຫ້ເປັນປຸນຍະນິທິ ຂຸມຊັບຄືບຸນ ອັນບໍ່ສາທານ ເປັນອະຣິຍະຊັບພາຍໃນ ອັນເປັນສາຣະແກ່ນສານ ອັນຈະກໍ່ເກື້ອໃຫ້ໄດ້ເຊິ່ງມັກຜົນພຣະນິບພານ ໃນເບື້ອງໜ້າ.

ຂໍອະນຸໂມທະນາບຸນນຳເປັນຢ່າງຍິ່ງ ສາທຸ ສາທຸ ສາທຸ

ໂມທະນາບຸນຄະແມ່ສາຍບຸນ ເຊິ່ງມີ ຍາແມ່ ອຳມະໂນລົດ ອິນທະວົງ ພ້ອມດ້ວຍຄອບຄົວ ຍາແມ່ ສຸດາພອນ ຫຼວງປະເສີດ ພ້ອມດ້ວຍຄອບຄົວ ຍາແມ່ ຈັນສອ...
27/07/2026

ໂມທະນາບຸນຄະແມ່ສາຍບຸນ ເຊິ່ງມີ ຍາແມ່ ອຳມະໂນລົດ ອິນທະວົງ ພ້ອມດ້ວຍຄອບຄົວ ຍາແມ່ ສຸດາພອນ ຫຼວງປະເສີດ ພ້ອມດ້ວຍຄອບຄົວ ຍາແມ່ ຈັນສອນ ສີຫາລາດ ພ້ອມດ້ວຍຄອບຄົວ ໄດ້ມາຖວາຍ ທຽນຈຳພັນສາ ແລະ ເຄື່ອງສັງຂະທານ ແດ່ ວັດປ່າພິລາວົງບຸດກັດສະກາຣາມ ເຊິ່ງ ເມຈຕາ ຮັບສັງຂະທານ ໂດຍ ຍາທ່ານ ດຳຣົງ ພິມມະຈັກ ຮອງປະທານ ອພສ ສູນກາງ ຫົວໜ້າກັມມາທິການ ການຕ່າງປະເທດ ອພສ ສູນກາງ ສາທຸບຸນເທີ້ນ🙏🙏🙏

27/07/2026
ງານບວດພຣະ ທີ່ ວັດປ່າຍາງ ບ້ານ ບໍ່ນາງົວ ເມືອງ ຈັນທະບູລີນະຄອນຫຼວງວຽງຈັນ.
26/07/2026

ງານບວດພຣະ ທີ່ ວັດປ່າຍາງ ບ້ານ ບໍ່ນາງົວ ເມືອງ ຈັນທະບູລີນະຄອນຫຼວງວຽງຈັນ.

ໂມທະນາບຸນນຳ ຄອບຄົວຂອງ ບັນນະວົງ ເຊິ່ງມີ ພໍ່ ພູຂົງ ບັນນະວົງ ຍາແມ່ ຄຳພັນ ບັນນະວົງ ພ້ອມດ້ວຍລູກລູກຫຼານຍາດຕິພີ່ນ້ອງ ເນື່ອງໃນ ກ...
26/07/2026

ໂມທະນາບຸນນຳ ຄອບຄົວຂອງ ບັນນະວົງ ເຊິ່ງມີ ພໍ່ ພູຂົງ ບັນນະວົງ ຍາແມ່ ຄຳພັນ ບັນນະວົງ ພ້ອມດ້ວຍລູກລູກຫຼານຍາດຕິພີ່ນ້ອງ ເນື່ອງໃນ ກ່ອນບຸນເຂົ້າພັນສາ ໄດ້ຖືໂອກາດນີ້ໄດ້ນິມົນພຣະສົງໄດ້ມາສັນເພນທີ່ເຮືອນ ເພື່ອເປັນສິຣິມຸງຄຸນແກ້ບ້ານເຮືອນແລະຄອບຄົວ ຈຶ່ງຂໍອະນຸໂມທະນາບຸນໃນຄັ້ງນີ້ດ້ວຍເທີ້ນ🙏🙏🙏

Address

University Road
Delhi
110007

Alerts

Be the first to know and let us send you an email when BM News posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category