18/07/2025
ກົມອຸຕຸນິຍົມແຈ້ງເຕືອນ! ພາຍຸເຂດຮ້ອນ ວິພາ (Wipha) ຫົວທີ 6 ປະຈຳປີ 2025 ຊຶ່ງພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຫໜານ ໃນໄລຍະ 1-2 ວັນຕໍ່ໜ້ານີ້, ຫຼັງຈາກນັ້ນ ຈະອ່ອນກຳລັງລົງ ກາຍເປັນພາຍຸດີເປຣຊັນ ຈະເຄື່ອນທີ່ຜ່ານພາກເໜືອຂອງ ສສ ຫວຽດນາມ ແລະ ສປປ ລາວ ຕາມລຳດັບ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫຼາຍ ຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃນໄລຍະວັນທີ 21-23 ກໍລະກົດ 2025 ນີ້. ຈຶ່ງຂໍແຈ້ງເຕືອນໃຫ້ປະຊາຊົນກຽມຮັບມືກັບສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ແລະ ອາດຈະເກີດມີນ້ຳຖ້ວມຊຸ, ດິນເຈື່ອນ.
#ພະຍາກອນອາກດ #ພາຍຸວິພາ #ລາວໂພສ