Wanderalao Passionate in exploring, meeting amazing people and getting as lost as possible with my camera.

My shots featured in the latest issue of Champa Meuang Lao! 🌿 Dive into 'The Wild Wonders of Central Laos' and explore t...
09/09/2024

My shots featured in the latest issue of Champa Meuang Lao! 🌿 Dive into 'The Wild Wonders of Central Laos' and explore the stunning beauty of this remarkable region.

Mekong River surged last week in Vientiane reaching alarming levels
04/09/2024

Mekong River surged last week in Vientiane reaching alarming levels

ພາບສະເກັດຂອງທ່ານ Louis Delaporte ພິທີປ່ອຍເຮືອແຂ່ງລົງແມ່ນ້ຳຂອງໃນປີ 1867 vs 2022The launching of a pirogue on the Mekong R...
20/08/2022

ພາບສະເກັດຂອງທ່ານ Louis Delaporte ພິທີປ່ອຍເຮືອແຂ່ງລົງແມ່ນ້ຳຂອງໃນປີ 1867 vs 2022
The launching of a pirogue on the Mekong River by Louis Delaporte, 1867 vs 2022

ມາສຳພັດບັນຍາກາດ ແລະ ທຳມະຊາດອັນຊຸ່ມເຢັນໃນຊ່ວງລະດູຝົນທີ່ເມືອງເຟືອງໃນຊ່ວງນີ້ຖືເປັນອີກທາງເລືອກຫນຶ່ງທີ່ຫນ້າສົນໃຈຂອງນັກເດີນທາງ...
26/06/2022

ມາສຳພັດບັນຍາກາດ ແລະ ທຳມະຊາດອັນຊຸ່ມເຢັນໃນຊ່ວງລະດູຝົນທີ່ເມືອງເຟືອງໃນຊ່ວງນີ້ຖືເປັນອີກທາງເລືອກຫນຶ່ງທີ່ຫນ້າສົນໃຈຂອງນັກເດີນທາງ ເພາະວ່າເມືອງເຟືອງ ແມ່ນຕັ້ງຢູ່ບໍ່ໄກຫລາຍຈາກນະຄອນຫຼວງວຽງຈັນໃຊ້ເວລາເດີນທາງປະມານສອງຊົວໂມງ ຜ່ານທາງດ່ວນວຽງຈັນ-ວັງວຽງແລ້ວລົງຊ່ອງຫີນເຫີບໄລຍະທາງຄ່າວໆກໍ່ປະມານ 120 ກິໂລແມັດ ແລະ ທີ່ສຳຄັນ ທາງທີ່ເສື່ອມລະຫວ່າງທາງດ່ວນຫາຕົວເມືອງແມ່ນໄກ້ຈະສຳເລັດແລ້ວສົມບູນແລ້ວ ເລີຍເຮັດໃຫ້ການເດີນທາງສະດວກກວ່າແຕ່ກ່ອນຫລາຍ ສຳລັບນັກເດີນທາງສາຍທຳມະຊາດ ແມ່ນເຫມາະເລີຍເພາະວ່າເມືອງເຟືອງ ເປັນເມືອງທີ່ມີເອກະລັກ ອ້ອມຮອບໄປດ້ວຍທຳມະຊາດພູຜາສູງຊັນສະລັບຊັບຊ້ອນ ສວຍງາມ ແລະ ມີແມ່ນຳ້ລີກໄຫລຜ່ານ ເຮັດໃຫ້ຕົວເມືອງ ອຸດົມສົມບູນ ເຊິ່ງເຫັນໄດ້ມີໄຮ່ນາຮົ້ວສວນກວ້າງໃຫຍ່ຈົນສຸດສາຍຕາ ສຳລັບສາຍແຄ້ມກໍຄວນກຽມອຸປະກອນໃຫ້ເຫມາະສົມ ແລະ ຄວນກວດເຊັກພະຍາກອນອາກາດກ່ອນອອກເດີນທາງ ເພື່ອຫລີກເວັ້ນຂໍ້ຜິດພາດທີ່ອາດຈະເກີດຂື້ນ ເພື່ອເຮັດໃຫ້ການເດີນທາງປອດໄພ ແລະ ມີຄວາມສຸກ.

ຂອບໃຈອ້າຍວັນນາ Vanna Sengphachanh ທີ່ພາເລາະແລະເອື້ອເຟື້ອສະຖານທີ່ໃນການກາງເຕັ້ນ ແລະ ຂອບໃຈ ບ້ານສາມຫມື່ນວິວໂຮມສະເຕ ທີ່ໃຫ້ທີ່ພັກໃນການເດີນທາງຄັ້ງນີ້

ສຳພັດກິ່ນອາຍເທດສະການຄຣິດມາສ ແລະ ປີໃໝ່ສາກົນແບບຢູໂຣບກັບຕົ້ນຄຣິດມາສ CARLSBERG ທີ່ໃຫຍ່ທີ່ສຸດໃນລາວ ທີ່ໄດ້ສ້າງສີສັນເຮັດໃຫ້ນະຄອ...
21/12/2021

ສຳພັດກິ່ນອາຍເທດສະການຄຣິດມາສ ແລະ ປີໃໝ່ສາກົນແບບຢູໂຣບກັບຕົ້ນຄຣິດມາສ CARLSBERG ທີ່ໃຫຍ່ທີ່ສຸດໃນລາວ ທີ່ໄດ້ສ້າງສີສັນເຮັດໃຫ້ນະຄອນຫຼວງວຽງຈັນມີບັນຍາກາດຄຶກຄື້ນ ຄຣາສະເບີກນຳສິ່ງທີ່ດີທີ່ສຸດສູ່ທຸກການສະຫຼອງ

ບັນຍາກາດມື້ວານມື້ກ່ອນນີ້
29/11/2021

ບັນຍາກາດມື້ວານມື້ກ່ອນນີ້

ຈຸດຊົມວິວພູເດືອນມາແຄ້ມຊວ່ງນີ້ອາກາດເລີ້ມເຍັນແລ້ວເບິ່ງຕາເວັນຕົກ, ເດືອນຕົກ ແລະ ດາວຕົກ ມາບ່ອນດຽວຄົບຈົບ 🌅🌄🌌📍 ບ້ານວັງມາ, ເມືອງ...
21/11/2021

ຈຸດຊົມວິວພູເດືອນມາແຄ້ມຊວ່ງນີ້ອາກາດເລີ້ມເຍັນແລ້ວເບິ່ງຕາເວັນຕົກ, ເດືອນຕົກ ແລະ ດາວຕົກ ມາບ່ອນດຽວຄົບຈົບ 🌅🌄🌌

📍 ບ້ານວັງມາ, ເມືອງສັງທອງ, ນະຄອນຫລວງວຽງຈັນ

22/09/2021

ຖ້າຕິດຕາມກັນໄວໆນີ້

#ຢູນິເທວເຄືອຂ່າຍໃຫ່ຍທີ່ສຸດສັນຍານກ້ວາງຂວາງທີ່ສຸດ #ຊອບເຟວປົກປ້ອງທ່ານຈາກຍຸງລາຍ

ຮູບເຊັດທີ່ສອງຂອງການເດີນທາງພິສິດ 2999 ກິໂລແມັດຜ່ານ 9 ແຂວງກັບຜູ້ຮ່ວມເດີນທາງ 9 ຊີວິດທີ່ຫາກໍ່ຈົບໄປວ່າງອາທິດກ່ອນ ສຳລັບເຊັດນີ້...
08/09/2021

ຮູບເຊັດທີ່ສອງຂອງການເດີນທາງພິສິດ 2999 ກິໂລແມັດຜ່ານ 9 ແຂວງກັບຜູ້ຮ່ວມເດີນທາງ 9 ຊີວິດທີ່ຫາກໍ່ຈົບໄປວ່າງອາທິດກ່ອນ ສຳລັບເຊັດນີ້ແມ່ນມາເລົ່າຕໍ່ມື້ທີ່ສີ່ຖືວ່າເປັນມື້ທີ່ຂັບລົດໄກສຸດຕັ້ງວ່າ 420ກມ ຈາກນາກາຍແຂວງຄຳມ່ວນເພື່ອມາແຄ້ມຢູ່ຖຳ້ຜາສຸກເມືອງສາລະວັນແຂວງສາລະວັນສຳລັບມື້ນີ້ແມ່ນບໍ່ຄ່ອຍໄດ້ຖ່າຍຮູບປານໄດເພາະວ່າໃຊ້ເວລາໃນການຂັບລົດຈົນແຕ່ເຊົ້າຈົນຕາເວັນຕົກດິນ ທີ່ຈິງຕາມແຜນເກົ່າແມ່ນເຮົາຈະໄປອີກເສັ້ນເຊິ່ງຜ່ານເສັ້ນທາງວິບາກອັນໂດງດັງ ໂຮຈິມິນເທຣວ ແຕ່ວ່າພວກເຮົາປ່ຽນແຜນຍ້ອນວ່າ ສະພາບເສັ້ນທາງແມ່ນເພຫລາຍ ບວກກັບສະພາບຮ່າງກາຍແລະຈິດໃຈຂອງທີມງານທີ່ໃຊ້ຫມົດໄປກັບສາມມື້ກ່ອນຫນ້ານີ້ ເລີຍຕ້ອງໃດ້ປ່ຽນແຜນ ປານນັ້ນກໍ່ຍັງຮອດທີ່ຫມາຍຄຳ່. ທົ່ງສະປ່າແປກ ເມືອງຕະໂອ້ຍແຂວງສາລະວັນ ເປັນອີກຈຸດຫມາຍຫນຶ່ງທີ່ປະທັບໃຈສຸດ ກັບການເດີນທາງມື້ທີ່ຫ້າຂອງທຣິບນີ້ ເຖິງວ່າຈະພົບອຸປະສັກໃນການເດີນທາງແນ່ (ລົດລົ້ມ, ລົດສອງຄັນມີບັນຫາ ແລະ ຕົ້ນໄມລົ້ມຂວາງທາງ) ແຕ່ພວກເຮົາກໍ່ເຖິງທີ່ຫມາຍຢ່າງປອດໄພ ສິ່ງທີ່ປະທັບໃຈບ່ອນນີ້ແມ່ນ ວິວຂອງທົ່ງຫຍ້າປ່າແປກທີ່ຢູ່ເປີ້ນພຸອ້ອມຮອບບ່ອນກາງເຕັ້ນຂອງພວກເຮົາ ບວກກັບອາກາດທີ່ເຢັນໄດ້ໃຈ ແລະວິວຂອງທ້ອງຟ້າທີ່ເປີດໃຫ້ເຫັນທາງຊ້າງເຜືອກ ພໍໃຫ້ທີມງານໄດ້ຊື່ນໃຈລັ່ນຊັດເຕີ້ບັນທຶກພາບສົມກັບທີ່ບຸກປ່າຝາດົງມາ. ມື້ທີ່ຫົກຕາມແຜນເກົ່າແລ້ວແມ່ນພວກເຮົາຈະເຂົ້າເມືອງດາກຈຶງແຂວງເຊກອງເພື່ອໄປແຄ້ມຢູ່ທົ່ງນຶມ ແຕ່ເນ່ືອງຈາກມີການລອກດາວແຂວງຈາກຄະນະສະເພາະກິດຄວາມຄຸມໂຄວິດເລີຍເຮັດໃຫ້ພວກເຮົາປ່ຽນແຜນໄປເມືອງປາກຊ່ອງແທນ, ຈາກທົ່ງສະສາລະວັນຫາເມືອງປາກຊ່ອງສຳລັບມື້ທີ່ຫົກຖືວ່າເບົາສຸດສຳລັບການຂັບລົດຖ້າທຽບໃສ່ຫ້າມື້ກ່ອນ ເພາະວ່າສະພາບເສັ້ນທາງແມ່ນເປັນຢາງສ່ວນໃຫຍ່ແຕ່ທາງຈະຫມືນຫລາຍໂດຍສະເພາະເວລາເຂົ້າເຂດທາງແດງເພື່ອໄປແຄ້ມຢູ່ພູເຂົາລີ້ລັບ Mystic Mountain Homestay ເປັນບ່ອນພັກສະຕາຍພັກແຮມກັບຊາວບ້ານທີ່ເປັນຊາວສວນກາເຟ ສ່ວນວິວແມ່ນບໍ່ໃຫ້ເວົ້າເລີຍ ເພາະວ່າອ້ອມຮອບໄປດ້ວຍປາກປ່ອງພູເຂົາໄຟເກົ່າ ທີ່ດັບເມື່ອຫລາຍພັນປີກ່ອນ. ສຳລັບມື້ທີ່ເຈັດທີ່ຈິງເຈົ້າຂອງສວນ ອ້າຍຄຳສອນເພິ່ນອາສາພາທົວສວນກາເຟ, ນ້ຳຕົກ ແລະ ປາກປ່ອງພູເຂົາໄຟເສີຍດາຍທີ່ພວກເຮົາມີເວລາຫນ້ອຍເລີຍບໍ່ໄດ້ໄປຊ້ຳເພາະວ່າແຜນເຮົາແມ່ນໄປແຄ້ມຢູ່ຕາດແຊພະ-ແຊປ່ອງໄລ່ ໂດຍໃຊ້ທາງລັດຈາກເມືອງປາກຊ່ອງໄປຫານຳ້ຕົກໂດຍກົງເລີຍ ແຕ່ເມື່ອພວກເຮົາເດີນທາງມາຮອດດ່ານເຂດແດນ ແລ້ວເລີຍຕ້ອງຜິດຫວັງເພາະວ່າຄະນະສະກິດເພິ່ນຍັງບໍ່ອະນຸຍາດໃຫ້ໄປໄດ້ ພວກເຮົາເລີຍປ່ຽນແຜນ ໄປແວ່ນຳ້ຕົກລີ້ລັບອີກບ່ອນຫນຶ່ງຊື່ວ່ານຳຕົກຕາດຫົວຊ້າງ ຕັ້ງຢູ່ບໍ່ໄກຈາກບ້ານຈຳປີນ້ອຍ ເຊິ່ງທາງເຂົ້າມັນກໍ່ບໍ່ໄດ້ລີ້ລັບປານໄດ ແຕ່ສ່ວນໂຕຖືວ່າມາປາກຊ່ອງຫລາຍເທື່ອແຕ່ບໍ່ເຄີຍຍຶນຊື່ຈັກເທື່ອ. ມື້ທີ່ແປດເຊິ່ງເປັນມື້ສຸດທ້າຍທີ່ພວກເຮົາຈະມີໂອກາດເລາະ ພວກເຮົາໄດ້ໄປຕາດເຊກະຕາມຕົກ ເຊິ່ງເປັນນຳ້ຕົກຕາດໃຫຍ່ທີ່ຢູ່ລະຫວ່າງຊາຍແດນຈຳປາສັກ ແລະ ອັດຕະປືບັນຍາກາດກໍ່ຖືວ່າອະລັງການພໍສົມຄວນສຳລັບສະຖານທີ່ທອງທ່ຽວປິດທ້າຍທຣິບຂອງພວກເຮົາກ່ອນກັບວຽງ, ສະຫລຸບແລ້ວເກົ່າມື້ຜ່ານມາຖືວ່າທ້າທາຍຫລາຍສຳລັບພວກເຮົາ ດ້ວຍຄວາມກົດດັນຈາກສະພາບຄວາມຫຍຸ້ງຫຍາກຂອງເສັ້ນທາງ, ສະພາບອາກາດແບບວ່າຂີ່ລົດຕາກຝົນເກືອບທຸກມື້, ນອນບໍ່ອີ່ມ ແລະ ຄວາມອິດເມື່ອຍໃນກາງເຕັ້ນ ແລະ ແຕ່ງຢູ່ຄົວກິນ ຖືໄດ້ວ່າພວກເຮົາກໍ່ຜ່ານມັນມາໄດ້ ຖືວ່າມັນເປັນປະສົບການອັນລຳ້ຄ່າເພາະວ່າທີມງານແຕ່ລະຄົນແມ່ນບໍ່ເຄີຍມີປະສົບການທ່ອງທ່ຽວແບບນີ້ມາກ່ອນ.
#ຢູນິເທວເຄືອຂ່າຍໃຫ່ຍທີ່ສຸດສັນຍານກ້ວາງຂວາງທີ່ສຸດ #ຊອບເຟວປົກປ້ອງທ່ານຈາກຍຸງລາຍ

ຈົບໄປສຳລັບທຣິບມະຫາໂຫດກັບການເດີນທາງພິສິດ 2999 ກິໂລແມັດຜ່ານ 9 ແຂວງກັບຜູ້ຮ່ວມເດີນທາງ 9 ຊີວິດ ສ່ວນໂຕຖືວ່າເປັນຄັ້ງທຳອິດທີ່ເດີ...
03/09/2021

ຈົບໄປສຳລັບທຣິບມະຫາໂຫດກັບການເດີນທາງພິສິດ 2999 ກິໂລແມັດຜ່ານ 9 ແຂວງກັບຜູ້ຮ່ວມເດີນທາງ 9 ຊີວິດ ສ່ວນໂຕຖືວ່າເປັນຄັ້ງທຳອິດທີ່ເດີນທາງດ້ວຍລົດຈັກໄກແບບນີ້້ ບວກກັບຄວາມຖ້າທາຍຂອງເສັນທາງວິບາກໃນລະດູຝົນ ແລະ ບວກກັບຄວາມຍາກເຂົ້າໄປອີກກັບການກາງເຕັ້ນນອນແລະແຕ່ງກິນເອງແຕ່ລະຄືນ ຖືວ່າເປັນປະສົບການໃຫມ່ໃນການທ່ອງທ່ຽວ ເພາະວ່າການເດີນທາງປະເພດນີ້ຖືໄດ້ວ່າເປັນການເດີນທາງທີ່ຢືດຢຸ່ນ ແລະ ອິດສະຫລະທີ່ສຸດໃນການທ່ອງທ່ຽວທຸກປະເພດ. ສຳລັບມື້ທຳອິດ ນະຄອນຫລວງວຽງຈັນ-ໄຊສົມບູນ ພວກເຮົາໃຊ້ເສັ້ນທາງທ່າບົກຜ່ານເມືອງລອງຊານ ຫົນທາງເປັນທາງຢາງແລະດິນແດງບາງສ່ວນ ແຕ່ຈະໂຫດຂື້ນເພາະໄປເສັ້ນເມືອງຮົ່ມສະພາບຄ້ອຍສູງຊັນມີຂຸມຫີນລອຍແລະມີຝົນຕົກບາງຊ່ວງແຕ່ໂຊກດີພໍມາຮອດເມືອງອານຸວົງຟ້າເປີດຕ້ອນຮັບກັບບັນຍາກາດຕາເວັນຕົກດິນເທິງພູຫົວໂລ້ນກ່ອນພາກັນກາງເຕັ້ນແລະກິນເຂົ້າແລງໃນຄືນເດືອນແຈ້ງປານໄຟສະປອດໄລ້ຫນ່ວຍໃຫຍ່. ສ່ວນມື້ທີ່ສອງໄຊສົມບູນ-ຊຽງຂວາງ ພວກເຮົາໃຊ້ເສັ້ນທາງເມືອງອານຸວົງ-ທ່າສີ ເປັນອີກເສັ້ນທາງຫນຶ່ງທີ່ໂຫດເຊິ່ງຕອນທຳອິດພວກເຮົາຄິດວ່າທາງບໍ່ໄກຫລາຍອອກຊ້າກໍ່ໄດ້ແຕ່ຄວາມເປັນຈິງ ເສັ້ນທາງແມ່ນໂຫດເທົ່າກັບມື້ທີ່ຫນຶ່ງເລີຍທາງດິນແດງຄ້ອຍສູງຊັນ ແລະ ມີຫີນລອຍແຖມຫລົງທາງອີກເລີຍເຮັດໃຫ້ຮອດທີ່ຫມາຍຊ້າ ແຕ່ສຸດທ້າຍຫາບ່ອນແຄ້ມໄດ້ເຊິ່ງເປັນແຄມນຳ້ຢູ່ບໍ່ໄກກັບນາຄັນໄດທີ່ກວ້າງໃຫຍ່ ແຖມເຈົ້າຂອງພື້ນທີ່ໃຈດີເອົາລົດຈົກມາເກດພື້ນບ່ອນທີ່ພວກເຮົາຈະກາງເຕັ້ນ. ມື້ທີ່ສາມເປັນອີກມື້ຫນຶ່ງທີ່ໃຊ້ເວລາດົນໃນການຂັບລົດໂດຍໃຊ້ເສັ້ນທາງເມືອງຄູນ-ເມືອງຫມອກ-ນາກາຍ ສະພາບເສັ້ນທາງນີ້ບໍ່ໃຫ້ເວົ້າເລີຍປານກັບຂີ່ລົງແກ້ງນຳ້ຕົກເວລາມັນແຫ້ງທັງຫີນທັງຝຸ່ນທັງຊັນ ແຕ່ຄວາມປະທັບໃຈຂອງມື້ນີ້ແມ່ນໄດ້ຂີ່ຜ່ານພູສາມຊຸມເຊິ່ງມີຄວາມສູງ 2100 ແມັດຈາກລະດັບນຳ້ທະເລ ພ້ອມວິວທີ່ອະລັງການ ແລະ ອາກາດທີ່ໂຄດເຢັນ.
#ຢູນິເທວເຄືອຂ່າຍໃຫ່ຍທີ່ສຸດສັນຍານກ້ວາງຂວາງທີ່ສຸດ #ຊອບເຟວປົກປ້ອງທ່ານຈາກຍຸງລາຍ

Chasing through the rain and camping in Xaysomboun last week was lucky enough to catch Milky Way at night ໄປແຄ້ມໄຊສົມບູນ...
13/08/2021

Chasing through the rain and camping in Xaysomboun last week was lucky enough to catch Milky Way at night ໄປແຄ້ມໄຊສົມບູນມາອາທິດແລ້ວນີ້ໂຊກດີທີ່ຝົນຕົກຫມົດມື້ແຕ່ຄຳ່ມາຟ້າເປີດໃຫ່ເຫັນດາວ

ເລາະວັດທີ່ເມືອງເຟືອງ Meuang Feuang temple wander around    🇱🇦
05/08/2021

ເລາະວັດທີ່ເມືອງເຟືອງ Meuang Feuang temple wander around 🇱🇦

Address

Phonepapao
Vientiane

Alerts

Be the first to know and let us send you an email when Wanderalao posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Wanderalao:

Share