Topou Noi This place is a inspiration space and safe place for all.��

17/03/2025

ທວງຄວາມໝັ້ນໃຈກັບຕົວເອງ ທວງພະລັງເຈົ້າມາໄດ້ໃນຄິບນີ້ 🫶🏻

01/02/2025

ຈື່ຊື່ຄົນບໍ່ໄດ້ = ບັນໄລ
ມາປັບໃຊ້ເທັກນິກ 3 ສະເຕັບນຳກັນ ຮັບຮອງຈື່ໄດ້ທຸກຄົນ💯

30/01/2025

Full Scholarships for 🇰🇭🇱🇦🇲🇲🇻🇳

Ministry of Higher Education, Science, Research and Innovation (MHESI), Thailand, in cooperation with Thai universities invites nationals of Cambodia, Laos, Myanmar, and Vietnam to apply for Thailand Scholarships (Year 2025).

Up to 121 scholarship programmes will be offered to qualified candidates from the four aforementioned countries to pursue master’s degrees or doctoral degrees in international or English programmes at Thai higher education institutions.

Mae Fah Luang University, one of the designated universities for Thailand Scholarships (Year 2025), is offering 2 full scholarships for Cambodia, Laos, Myanmar and Vietnam to pursue Master's Degree Programs.

Check course information offered by MFU: https://drive.google.com/file/d/1diOyynqPKTEBNLJpfxD5J36LKdLTQBme/view

Apply now: https://en.mfu.ac.th/admission/admission-guide.html

Deadline: Friday 21 March 2025.

For more information: https://global.mfu.ac.th/global-services/global-5209.html

For further inquiries, please contact the MFU admission team:
Email: [email protected]
Tel: +66 (0) 5391 6984

For other designated universities, please check here: https://drive.google.com/drive/folders/1xA64WCrizM2ls5WWxr_DZ9HheAG1KMfP

Credit: Global MFU

24/01/2025

ຖ້າເຈົ້າເຂົ້າໃຈແລ້ວ ເຈົ້າຈະໃຊ້ຊີວິດງ່າຍຂື້ນ #ຄວາມຄິດ #ມາຍເຊັດ #ໂຕປູນ້ອຍ

ມີຫຼາຍຄັ້ງທີ່ຂ້ອຍເກືອບບໍ່ທັນຂື້ນຍົນ ແລະ ຄັ້ງໜື່ງເຄີຍຕົກຍົນ....🛫🛬✨ຄັ້ງທຳອິດເພາະລືມກວດໂຄວິດກ່ອນໄປຍີ່ປຸ່ນ ໃນຊ່ວງທີ່ໂຄວິດມັນ...
21/01/2025

ມີຫຼາຍຄັ້ງທີ່ຂ້ອຍເກືອບບໍ່ທັນຂື້ນຍົນ ແລະ ຄັ້ງໜື່ງເຄີຍຕົກຍົນ....🛫🛬

✨ຄັ້ງທຳອິດເພາະລືມກວດໂຄວິດກ່ອນໄປຍີ່ປຸ່ນ ໃນຊ່ວງທີ່ໂຄວິດມັນຊາທາງບ້ານເຮົາ ແຕ່ວ່າທາງພຸ້ນເຂົາຍັງຕ້ອງໃຊ້ມັນຢູ່.

ຕອນຄ່ຳກ່ອນເດີນທາງປະມານ 8 ໂມງແລງຂ້ອຍກຳລັງກຽມຕົວກະເປົາ ແລະ ສຳພາລະຕ່າງໆ ຈົນມາພົບວ່າຂ້ອຍຍັງບໍ່ໄດ້ກວດ PCR ແລ້ວຊິຫາກວດຢູ່ໃສທັນລະບາດນີ້... ຄິດງໍ້ບໍ່ອອກ

ເພາະວ່າຍົນຂື້ນຕອນ 12 ໂມງສວາຍແຕ່ກໍຕ້ອງໄດ້ໄປ ເຊັກອິນກ່ອນ ຄວາມຄິດຄືຕ້ອງແລ້ວຕອນ 10 ໂມງເຊົ້າ.

ຄ່ຳມື້ນັ້ນຈົນຕ້ອງໄດ້ໂທຫາຄົນນັ້ນຄົນນີ້ ໂດຍສະເພາະແມ່ນໝູ່ຂ້ອຍ ມີຕາ, ອ້າຍເຂີຍທີ່ເປັນໝໍ ແຕ່ກໍບໍ່ມີເພາະເຂົາກໍພາກັນເຊົາເຮັດແລ້ວ.

ຈົນມາຈັກນ່ອຍ ຈອຍ ໝູ່ອີກຄົນທີ່ນອນຫໍນຳກັນ ກໍບອກວ່າສາມາດກວດຢູ່ໄທໄດ້ ແຕ່ກໍກັງວົນຫຼາຍຢ້ານທາງພີ້ເຂົາຊິຂໍກ່ອນ ແລະ ບໍ່ຢາກມີບັນຫາ ເພາະຕົວຂ້ອຍເອງກໍຫາເດີນທາງອອກນອກປະເທດຄັ້ງແລກ.

ຈົນສຸດທ້າຍເລີຍລອງສ່ຽງໄປກວດຢູ່ ແຖວລາວເຢຍລະມັນເບີ່ງ ເພາະວ່າເຂົາເປີດ 8 ໂມງ ເລີຍໄດ້ລົບກວນໝູ່ຂ້ອຍ ມີຕາ ໄປນຳແຕ່ເຊົ້າ ເຊີ່ງພວກເຮົາກໍບໍ່ແມ່ນຄົນແລກ.

ແຕ່ກໍພາວະນາໃຫ້ໄດ້ທັນ... ຖ້າເກີດບໍ່ທັນປູຈະໃຫ້ມີຕາສະແກນໃຫ້ຫຼັງຈາກຮອດໄທ ເພາະໄດ້ລໍຄິວຢູ່ໄທອີກ 12 ຊົ່ວໂມງ.

ຈົນໃນທີ່ສຸດຫຼັງເຈລະຈາແລ້ວ ໂຊກດີທີ່ທາງພະນັກງານບອກວ່າສາມາດເຮັດແລ້ວໃນອີກ 1 ຊົ່ວໂມງ ເລີຍເຮັດໃຫ້ເຮົາໂລ່ງໃຈ ແລະ ກໍໄດ້ໄປເຊັກອິນຢູ່ສະໜາມບິນ. ໃນທີ່ສຸດກໍໄດ້ເອກະສານ ແລະ ເດີນທາງໄດ້ໂດຍ ສະຫວັດດີພາບ.

✨ຄັ້ງທີ່ 2 ຕໍ່ກັນເລີຍ ແຕ່ແຕ່ວ່າຍັງບໍ່ໝົດ ໄປຮອດໄທ ຫຼັງຈາກຖ້າມາ 10ຊົ່ວໂມງ ທີ່ສະໜາມບິນ ທາງອ້າຍຜູ້ຮັບຜິດຊອບທືນເຮົາ ເພີ່ນທັກມາຖາມວ່າເຊັກອິນອອນລາຍລະບໍ ທາງເຮົາເອງກໍງົງ ແລະ ບໍ່ເຂົ້າໃຈວ່າຕ້ອງເຮັດກ່ອນໄປບໍ.

ຈົນເພີ່ນບອກມາເຮົາກໍຮີບເຮັດ ຈົນສຳເລັດ

ແຕ່ວ່າ ເວລາເຮົາເອົາສຳພາລະໄປເຊັກອິນ ເຂົາບອກວ່າ ເຮົາບໍ່ໄດ້ຊື້ກະເປົາໂຫລດກ້ອງຍົນ ແລະ ທາງເຄົາເຕີ້ແມ່ນບໍ່ສາມາດຊື້ໃຫ້ໄດ້ທາງເຮົາເລີຍຕ້ອງໄດ້ເຂົ້າໄປເວັບໄຊ້ເພື່ອຊື້.

ຈົນຮອດຂັ້ນຕອນເຮົາຈ່າຍເງິນ ບັດເຮົາພັດໃຊ້ບໍ່ໄດ້ ຈົນຕ້ອງໄດ້ຂໍຄວາມຊ່ວຍເຫຼືອນຳລຸ່ນອ້າຍ ທີ່ເຮັດວຽກຢູ່ໄທ.

ໂຊກດີທີ່ເພີ່ນມີບັນຊີໄທ ຈື່ງສາມາດຊື້ໄດ້ ແລະ ເຮັດໃຫ້ເຮົາເດີນທາງແຕ່ກຸງເທບໄປໂຕກຽວໄດ້ໃນທີ່ສຸດ 🥺

✨ຄັ້ງທີ 3 ຄືຕອນທີ່ເຮົາຈະກັບມາແຕ່ເມກາ ມາຍີ່ປຸ່ນ ເຫດການມັນເກີດຂື້ນຄືກັບຕອນທີ່ເຮົາໄປຍີ່ປຸ່ນຄື ລືມກວດໂຄວິດກ່ອນຂື້ນຍົນ.

ຄັ້ງນີ້ແຕກຕ່າງເພາະເຮົາຢູ່ປະເທດອື່ນ ເຮົາກະຊິເຮັດແນວໃດລະບາດນີ້ ເລີຍບອກທາງລຸງໄປວ່າເຮົາລືມກວດໂຄວິດ ເພາະທາງຍີ່ປຸ່ນເຂົາຍັງໃຊ້ຢູ່.

ໂຊກດີທີ່ທາງເມກາເຂົາບໍ່ໄດ້ໃຫ້ເສຍຄ່າຫຍັງ ແລະ ຈະສົ່ງຜົນໃຫ້ທາງອີເມວ ແລະ ໂຊກດີອີກຢ່າງຄືເອື້ອຍໄພ້ຂ້ອຍລາວເປັນນັກວິໄຈ ແລະ ໄດ້ໃຫ້ລາວພາໄປກວດ.

✨ຄັ້ງທີ່ 4 ຄືຕອນທີ່ຂ້ອຍຕົກຍົນຢູ່ຄຸນໝິງ ປະເທດຈີນ

ເພາະເນື່ອງຈາກຄວາມເຂົ້າໃຈຜິດຂອງຖ້ຽວບິນທີ່ຄິດວ່າມັນດີເລ ຫຼື ວ່າມາຊ້າເນື່ອງຈາກຄວາມຂັດຂ້ອງຂອງຖ້ຽວບິນ.

ຂ້ອຍເລີຍຕົກຍົນແບບບໍ່ຕ້ອງວ່າຫຍັງຫຼາຍ ຂ້ອຍບໍ່ມີອິນເຕີເນັດ, ບໍ່ມີອີເມວຂອງຄົນອື່ນເລີຍ ເພາະວ່າຂ້ອຍຈະຢືມໂທລະສັບພະນັກງານທີ່ສາມາດສົ່ງແຕ່ອີເມວ ກັບ ວີເຊັດໄດ້ເທົ່ານັ້ນ.

ແຕ່ໃນຄວາມໂຊກຮ້າຍກໍມີຄວາມໂຊກດີ ເພາະສາຍການບິນໃຫ້ຂ້ອຍສາມາດເລື່ອນໄປຂື້ນຍົນໄດ້ໃນຖ້ຽວບິນເດີມ ແຕ່ເປັນຂອງມື້ອື່ນໄດ້ ແບບບໍ່ເສຍເງິນ ນັ້ນເຮັດໃຫ້ຂ້ອຍຮູ້ສືກ ແລະ ເຊື່ອວ່າຂ້ອຍເປັນຄົນໂຊກດີຄົນໜື່ງ.

ນີ້ຍັງບໍ່ລວມຫຼາຍໆຢ່າງທີ່ຂ້ອຍໄດ້ຮັບມາ ທີ່ເວລາຄວາມທຸກຍາກຜ່ານເຂົ້າມາ ກໍຈະມີຄວາມໂຊກດີນຳມາສະເໝີ.

ຂ້ອຍບໍ່ເຄີຍລືມທີ່ຈະຂອບໃຈໃນທຸກຄວາມໂຊກດີດັ່ງກ່າວທີ່ຜ່ານເຂົ້າມາເລີຍ…🌈🍀

ຖ້າໃຫ້ຂ້ອຍໄດ້ເລືອກອີກຄັ້ງ ຂ້ອຍກໍຂໍເລືອກທີ່ຈະເຊື່ອວ່າຂ້ອຍເປັນຄົນໂຊກດີ✨

ແລ້ວເຈົ້າເດ ຂ້ອຍກໍຫວັງວ່າຕົວເຈົ້າກໍເປັນຄົນໂຊກດີ ເຊັ່ນກັນ…

ໜັງສື โทษทีวันนี้สิ่งที่ฉันสำคัญที่สุด

#ຂໍ້ຄິດຈາກໜັງສື #ເລົ່າປະສົບການ #ຄົນໂຊກດີ2025 #ໂຕປູນ້ອຍ

ເຖິງແນວໃດກໍຕາມກໍຍັງຄົງຫວັງວ່າເຮົາສາມາດທີ່ຈະປ່ອຍວາງການພິສູດຕົວເອງອັນບໍ່ມີມື້ຈົບສີ້ນນີ້ໄວ້ໄດ້ແນ່ບາງຄັ້ງຕອນນີ້ຕົວຂ້ອຍເອງກໍຍ...
20/01/2025

ເຖິງແນວໃດກໍຕາມກໍຍັງຄົງຫວັງວ່າ
ເຮົາສາມາດທີ່ຈະປ່ອຍວາງການພິສູດຕົວເອງອັນບໍ່ມີມື້ຈົບສີ້ນນີ້ໄວ້ໄດ້ແນ່ບາງຄັ້ງ
ຕອນນີ້ຕົວຂ້ອຍເອງກໍຍັງຕ້ອງໄດ້ຮຽນຮູ້ທີ່ຈະເຂົ້າໃຈຕົວເອງຕໍ່ໄປ...
----------------------------
ເພາະການຄາດຫວັງບໍ່ແມ່ນທາງອອກທີ່ຈະເຮັດໃຫ້ເຮົາເຕີບໂຕໄດ້

ແຕ່ການຍອມຮັບຕົວເອງ ແລະ ກ້າທີ່ຈະເລີ່ມຕົ້ນເຮັດໃນສີ່ງນ້ອຍໆເພື່ອໂຕເອງ ເຮັດຕາມສັນຊາດຕະຍານຂອງຕົວເອງ ຮູ້ວ່າເຮົາເປັນຄົນຂີ້ກັງວົນ ໃຈຮ້ອນ ແລະ ງຸດງິດໃນເວລາທີ່ເຮົາເຮັດຜິດພາດ ມັນກໍບໍ່ເປັນຫຍັງນີ່ ຢ່າງນ້ອຍກໍແມ່ນເຮົາຮູ້ຕົວເອງ.

ຄວາມຄຽດສະສົມທີ່ເກີດຂື້ນຈາກການເຮັດວຽກ ການຮຽນ ຫຼື ການຟັງຄຳເຫັນຂອງຄົນອື່ນ ທີ່ເຮົາເອງແທບຈະບໍ່ໄດ້ມີເວລາມາຄິດທົບທວນ ຫຼື ແກ້ໄຂໃຫ້ຖືກຈຸດ ແລ້ວກໍກ່າວໂທດຕົວເອງ ຄິດແຕ່ວ່າຕົວເອງບໍ່ມີຄ່າເພາະເຮັດຫຍັງກໍບໍ່ໄດ້ດີທັງໝົດ.

ນັ້ນຈື່ງເປັນຈຸດເລີ່ມທີ່ນຳພາໄປສູ່ຊືມເສົ້າ ທີ່ຕອນອອກນັ້ນແສນຍາກເຫຼືອເກີນ...

ແຄ່ເຈົ້າເປັນເຈົ້າ ທີ່ມີຈຸດອ່ອນໃນບາງດ້ານ ທີ່ຍັງຄົງຄົ້ນຫາຕົວເອງ ນັ້ນມັນໂຄດມີຄ່າເລີຍຮູ້ບໍ ເຈົ້າບໍ່ຈຳເປັນຕ້ອງກ່າວຄຳຂໍໂທດ ທຸກຄັ້ງທີ່ເຈົ້າຮູ້ສືກວ່າຕົວເອງຄືຊິເຮັດໃຫ້ຄົນອື່ນລຳບາກ ຫຼື ເຮັດບໍ່ໄດ້ດີ ຫຼື ເຮັດຕົວຫງຸດຫງິດໃສ່ໃຜເລີຍ.

ການທີ່ເຈົ້າພ່ຳບອກຕົວເອງວ່າບໍ່ມີຄ່າ ເຈົ້າຄິດຜິດລະ ເພາະເຈົ້າໂຄດມີຄຸນຄ່າເລີຍໃດ ສຳລັບຄົນທີ່ເຂົາຮັກເຈົ້າ ແຄ່ເຈົ້າມີຊີວິດຢູ່ເຈົ້າກໍເຮັດໃຫ້ຫຼາຍຄົນມີຄວາມສຸກທີ່ເຫັນເຈົ້າໄດ້ໃຊ້ຊີວິດຢູ່ ຂ້ອຍກໍແມ່ນ1ໃນນັ້ນຄືກັນ.

ຊີວິດຄືການຫາຕົວເອງບໍ່ຮູ້ຈັກຈົບສິ້ນ ຢ່າຍຶດຕິດ ແລະ ຢ່າເອົາເວລາມາກັງວົນ ເພາະເຈົ້າຈະບໍ່ໄດ້ກັບມາອາຍຸຊ່ຳເກົ່າອີກແລ້ວ. ມີຄວາມສຸກ ແລະ ຄ່ອຍໆກ້າວທີລະກ້າວ ຫາເວລາໄປຢູ່ກັບສັງຄົມທີ່ຊັບພອດ ແລະ ກັບຫາຄອບຄົວທີ່ຮັກເຈົ້າ.

ແລ້ວເຈົ້າຈະຮູ້ວ່າ ເຈົ້າໂຄດມີຄ່າເລີຍ ເຈົ້າບໍ່ໄດ້ເປັນຄົນໄຮ້ປະໂຫຍດເລີຍ

ຂໍໃຫ້ມື້ນີ້ເຈົ້າກ້າທີ່ຈະໃຊ້ເວລາພັກຜ່ອນ, ຄິດທົບທວນ ແລະ ລົງມືເຮັດຫຍັງທີ່ເຈົ້າມັກໂດຍທີ່ປ່ອຍໃຈໄປຕາມມັນ ....

ຂໍ້ຄິດຈາກໜັງສື โทษทีวันนี้ซีวิฉันสำคัญที่สุด

Topou noi

From newbie to learner. This experience was a game-changer. Looking forward to more adventures and growth --------------...
25/09/2024

From newbie to learner. This experience was a game-changer. Looking forward to more adventures and growth
----------------------------------------------
Learning is my journey, growth is my destination. 🧠✨

Believe in the power of wisdom to navigate life's challenges and connect with others. It's not just about degrees; it's about how we think, act, and inspire.

As I've learned, self-doubt is a constant companion, but it doesn't define me. Fear is a motivator, not a barrier. I'm embracing my journey, one step at a time, and sharing my knowledge with those who seek it.

Together, we can be the change we want to see in the world. 💪
Photo: Plichting at OR Seeding the Future ASEAN Camp 2023
with my cutie team member: Ei Ei Shinn Thant
Miss you Go-Trict

22/07/2024
ຖ້າມີແລ້ວ ຢ່າລືມດູແລເຂົາໃຫ້ດີລະ
14/07/2024

ຖ້າມີແລ້ວ ຢ່າລືມດູແລເຂົາໃຫ້ດີລະ

Address

Vientiane
01030

Website

Alerts

Be the first to know and let us send you an email when Topou Noi posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share